ພູ ນາງເລົາ
- Published on Tuesday, 17 February 2015 14:51
- Written by seng
- Hits: 4093
ພູນາງລາວຕັ້ງຢູ່ບ້ານຖ້ຳເດັ້ງ, ເມືອງກະລຶມ ຫ່າງຈາກເທດສະບານແຂວງ 79 ກິໂລແມັດ ແລະ ຈາກເທດສະບານ ເມືອງກະລຶມ 16 ກິໂລແມັດ. ແຕ່ກ່ອນ ແມ່ນ ມີຊາຍຊົນເຜົ່າຄົນໜ່ຶງ ຫຼົງມັກສາວລາວລຸ່ມຄົນໜຶ່ງ ເຊິ່ງນາງເປັນລູກຄົນຮັ່ງມີ. ໃນສະໄໝນັ້ນ ວັນໜຶ່ງ ຊາຍຄົນນັ້ນຈຶ່ງໄດ້ ວາງແຜນໄປລັກເອົາລູກສາວຄົນນັ້ນ ມາເຊື່ອງໄວ້. ໃນເບື້ອງຕົ້ນ ໄດ້ຈັບເອົາໄປເຊື່ອງໄວ້ຢູ່ພູກະແຕ, ແຂວງສາລະວັນ, ແຕ່ນາງກໍ່ຍັງແນມເຫັນບ້ານຕົນເອງ ຈາກນັ້ນ ກໍ່ເລີຍພານາງຍ້າຍມາຢູ່ພູລະກຸບ, ແຂວງເຊກອງ, ແຕ່ນາງກໍ່ຍັງແນມເຫັນບ້ານ ແລະ ຄິດຮອດບ້ານຢູ່ຄືເກົ່າ. ໃນທີ່ສຸດ ຜູ້ຊາຍຄົນນັ້ນ ກໍ່ໄດ້ນ້ຳເອົານາງມາເຊື່ອງໄວ້ທີ່ພູລະກາຍ. ແຕ່ຍ້ອນຄວາມຄິດຮອດ ແລະ ຄິດເຖິງ ນາງກໍ່ໄດ້ປີນຂຶ້ນໄປເທິງຈອມພູດັ່ງກ່າວ, ນາງໄດ້ໄຫ້ນ້ຳຕາໄຫຼລົງໃສ່ຈອມພູດັ່ງກ່າວ ຈົນກາຍເປັນຮ່ອງຫ້ວຍສອງສາຍຄື: ຫ້ວຍນ້ຳຕາຂ້າງຊ້າຍເອີ້ນວ່າ: “ນາງລາວ”, ຫ້ວຍນ້ຳຕາເບື້ອງຂວາຕົກລົງແຕ່ຈອມພູເອີ້ນວ່າ: “ຫ້ວຍຖ້ຳນ້ຳລອດ”. ສອງຫ້ວຍ ໄດ້ໄຫຼຕົກລົງມາໃສ່ຫ້ວຍໄອ່. ສ່ວນໂຕຂອງນາງລາວ ເລີຍກາຍເປັນຫີນຮູບຄົນຕັ້ງຢູ່ຈອມພູ. ດັ່ງນັ້ນ, ຈິ່ງໄດ້ເອີ້ນພູນີ້ສ່າ “ພູຖ້ຳເດັ້ງນາງລາວ”.