I. ດ້ານເສດຖະກິດມະຫາພາກ
1.1 ການເຕີບໂຕ ດ້ານເສດຖະກິດ:
GDP ເພີ່ມຂື້ນ ໂດຍສະເລ່ຍ 14,0% ຕໍ່ປີ ສາມາດສ້າງມູນຄ່າບັນ ລຸໄດ້ 4.044 ຕື້ກີບ; ລາຍໄດ້ຕໍ່ຫົວຄົນ ເພີ່ມຂື້ນຈາກ 592 ໂດລາ ໃນສົກປີ 2010-2011 ມາເປັນ 1.137 ໂດລາ ໃນສົກປີ 2013-2014 ແລະ ບັນລຸໄດ້ 1.333 ໂດລາ ແລະ ມີລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ 1.000 ໂດລາ ໃນສົກປີ 2014-2015; ໃນນັ້ນ:
• ກະສິກຳ-ປ່າໄມ້ ເພີ່ມຂື້ນ ໂດຍສະເລ່ຍ 9,1% ກວມເອົາ 37,3%
• ອຸດສາຫະກຳເພີ່ມຂື້ນ ໂດຍສະເລ່ຍ 18,6% ກວມເອົາ 23,0%
• ບໍລິການເພີ່ມຂື້ນ ໂດຍສະເລ່ຍ 17,2% ກວມເອົາ 39,7% ຂອງ GDP.
1.2 ດ້ານການສົ່ງອອກ-ນຳເຂົ້າສີນຄ້າ:
ການສົ່ງອອກ ບັນລຸໄດ້ 56,46 ລ້ານໂດ; ການນຳເຂົ້າ ບັນລຸໄດ້ 52,29 ລ້ານໂດລາ; ການຄ້າປະຕິບັດ ໄດ້ເກີນດູນ 4,17 ລ້ານໂດລາ
1.3 ການດຸ່ນດ່ຽງແຮງງານ:
ໃນ 5 ປີ ຜ່ານມາ, ສາມາດສ້າງສີມືແຮງງານ ໄດ້ປະມານ 5.395 ຄົນ, ຍິງ 2.712 ຄົນ, ກວມອົາ 9,08% ຂອງພົນລະເມືອງໄວອອກແຮງງານ ໃນນັ້ນ: ຂະແໜງກະສິກຳ ມີແຮງງານ 2.698 ກວ່າຄົນ ກວມເອົາ 5%, ຂະແໜງອຸດສາຫະ ກຳ ມີແຮງງານ 539 ຄົນ ກວມເອົາ 1% ແລະ ຂະແໜງບໍລິການ ມີແຮງງານ 2.158 ຄົນ ກວມເອົາ 4% ຂອງແຮງງານທັງໝົດ.