ເຊກອງ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 61 ປີ
ພິທີປະຖະກະຖາວັນ ສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 61 ປີ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 1 ກຸມພາ 2017, ຢູທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານສີດາ ສຸວັນນະສາຍ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານ ອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຫົວໜ້າຫລື ຮອງພະແນກການ, ກົມກອງ, ຄະນະໜ່ວຍກຳມະບານຮາກຖານອ້ອມຂ້າງແຂວງພ້ອມດ້ວຍສະມາຊິກເຂົ້າຮ່ວມ. ທ່ານສີດາ ສຸວັນນະສາຍ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຍົກໃຫ້ເຫັນປະຫວົດ ແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງສະຫະພັນກຳມະບານລາວ ໃນຄະໄຫຼອດໄລຍະ 61 ປີຜ່ານມາ, ເຊິ່ງທ່ານໄດ້ກ່າວວ່າ: ນັບຕັ້ງແຕ່ມື້ມີພັກຄອມມູນິດອິນດູຈີນນຳພາເປັນຕົ້ນມາ ກໍ່ຄື ພາຍຫຼັງການກໍ່ຕັ້ງພັກປະຊາຊົນລາວຂື້ນ ພັກກໍ່ໄດ້ເອົາໃຈໃສ່ ສ້າງ ແລະ ປັບປຸງ ບັນດາອົງການຈັດຕັ້ງມະຫາຊົນ ເພື່ອເປັນການປະຕິບັດຈຸດຢືນຂອງພັກທີ່ວ່າ: ຖືເອົາກໍາລັງແຮງແຮງມະຫາຊົນ, ຊົນຊັ້ນກໍາມະກອນ, ລັດທິມາກ-ເລນິນເປັນລະບົບແນວຄິດຊີ້ນໍາ-ນໍາພາ, ເຊິ່ງໄດ້ເຮັດໃຫ້ຂະບວນການຕໍ່ສູ້ ຂອງກຳມະກອນໄດ້ເລີ່ມມີຮູບການຈັດຕັ້ງ...
|