ຊ່ວງເຮືອເມືອງລະມາມປີນີ້ ເພຍໃໝ່ໄດ້ຊະນະເລີດ, ເຮືອສູດເປັນຂອງຫ້ອງວ່າການ
- Published on Tuesday, 05 December 2017 15:26
- Written by santi
- Hits: 1124
ບຸນປະເພນີແຂ່ງຂັນຊ່ວງເຮືອເມືອງລະມາມ ແຂວງເຊກອງ ປະຈໍາປີ 2017 ໄດ້ຈັດຂຶ້ນໃນວັນທີ 3 ທັນວາຜ່ານມາ ທ່ານໍ້າເຊກອງ ບ້ານເພຍໃໝ່ ບັນຍາກາດ ໂດຍລວມຄຶກຄຶ້ນພໍສົມຄວນ ບໍ່ວ່າຈະເປັນການແຂ່ງຂັນເຮືອຊ່ວງ ກໍຄືການຄ້າ-ຂາຍຕ່າງໆ.
ສະເພາະການແຂ່ງຂັນຟົດຟື້ນບໍ່ໜ້ອຍໄປກວ່າປີຜ່ານໆ ມາ ຊຶ່ງມີປະຊາຊົນເຂົ້າຮ່ວມຊົມຮ່ວມເຊຍ ໃຫ້ກຳລັງໃຈສີພາຍຢ່າງຫຼວງຫຼາຍ, ພ້ອມສົ່ງສຽງໂຮຮ້ອງ,ສຽງຂັບ-ສຽງລຳ ແລະ ສຽງເຊີ້ງສະຫຼັບສັບກັນຢ່າງເບີກບານມ່ວນຊື່ນ ຕະຫຼອດໄລຍະການແຂ່ງຂັນ, ຂະນະທີ່ສີພາຍເອງທັງຊາຍທັງຍິງຕ່າງກໍສູ້ກັນຢ່າງສຸດສີມື ຈົນວິນາທີສຸດທ້າຍ ຈຶ່ງໄດ້ມາທິມຊະນະເລີດເຮືອຊ່ວງປະເພນີຊາຍ 19-22 ສີພາຍປີ 2017 ໄດ້ແກ່ບ້ານເພຍໃໝ່, ອັນດັບທີ 2 ໄດ້ແກ່ບ້ານໃໝ່ຫົວເມືອງ ແລະ ອັນດັບທີ 3 ບ້ານໂມ.
ສ່ວນທິມຊະນະເລີດປະເພນີຍິງຕົກເປັນຂອງບ້ານໂມ, ອັນດັບທີ 2 ບ້ານປາກໂທນ, ໃນຂະນະທີ່ເຮືອສູດໃຫຍ່ 35-40 ສະພາຍປີ 2017 ນີ້ ເຮືອຫ້ອງວ່າການປົກຄອງແຂວງ ສາມາດຍາດໄດ້ອັນດັບທີ 1 ແລະ ອັນດັບທີ 2 ພະແນກກະສິກໍາ ແລະ ປ່າໄມ້ແຂວງ. ສຳລັບເຮືອເຄິ່ງສູດ-ເຄິ່ງປະເພນີ 19-22 ສີພາຍປະເພດຊາຍ ອັນດັບທີ 1 ແມ່ນບໍລິສັດສອນກໍ່ສ້າງ, ທີ 2 ປກສ ແຂວງ, ທີ 3 ເມືອງດາກຈຶງ ແລະ ປະເພດຍິງອັນດັບທີ 1 ປກສ ແຂວງ ແລະ ອັນດັບທີ 2 ບ້ານໃໝ່ຫົວເມືອງ.
ໃຫ້ກຽດເຂົ້າຮ່ວມ ໃນການແຂ່ງຂັນຊ່ວງເຮືອປີນີ້ ໂດຍແມ່ນທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງ, ທ່ານ ແພງສີ ສີລາວີ ເຈົ້າເມືອງໆລະມາມ, ມີບັນດາທ່ານການນຳພັກ-ລັດຂັ້ນແຂວງ, ບັນດາເມືອງອ້ອມຂ້າງແຂວງ, ແຂກຖືກເຊີນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ງານບຸນຊ່ວງເຮືອເມືອງລະມາມ ແຂວງເຊກອງ ແມ່ນໄດ້ຈັດຂຶ້ນທຸກໆ ປີໃນເດືອນທັນວາ (12) ໂດຍຈຸດປະສົງ ເພື່ອເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ເພື່ອເປັນການອະນຸລັກ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າເວົ້າລວມ ກໍຄືຂອງແຂວງເຊກອງ ໄວ້ຮອດເຊັ່ນລູກ-ເຊັ່ນຫຼານ ເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ ຊາວແຂວງເຊກອງ ກໍຄືປະຊາຊົນລາວ ແລະ ຕ່າງປະເທດທີ່ມາທ່ອງທ່ຽວ ໃຫ້ຮູ້ເຖິງວັດທະນະທຳອັນດີງາມ ແລະ ຈຸດປະສົງອີກຢ່າງ ກໍເພື່ອສ້າງກິດຈະກໍາໃຫ້ແກ່ຂະບວນການເປີດປີທ່ອງທ່ຽວລາວປີ 2018.
( ຂ່າວ-ພາບ : ສັນຍາ ແກ້ວໄຊຍະວົງ ).